
Laos Para Swimming Federation
established in 2020
SUMMARY
Para Swimming is a very popular sport in many countries around the world because it is a sport that everyone can participate in, regardless of disability/non-disability, age and sex. Para swimming was included in the first Paralympic Games in Rome in 1960. Using the same rules as its Olympic counterpart (FINA), Para swimming competition has been carried out with some rules being partially adjusted to accommodate "what cannot be done because of a disability", and "what will worsen disability". However the swimming rules and swimming styles are the same as abled-bodied swimming (Freestyle, backstroke, breaststroke, and butterfly). To ensure competition is fair and equal, In the competition, there will be various conditions to ensure fairness, such as athletes will be classified into sports classes according to the type of disability, the level of disability (classification) and their ability to carry out the fundamental activities in swimming. Athletes will then compete in various swimming events according to the assigned classes. Para swimming athlete community has formed since 2007 since the participation at the ASEAN Para Games in Thailand in 2007. Since 2007-2020 at present, there are 16 national Para swimming athletes (12 male, 4 female). 2021 there are active 8 athletes (6/2 female). Most of the athletes reside in Vientiane capital, therefore has been practicing at the Vientiane swimming pool and swimming pool at the National stadium KM16 sport complex.
ກິລາລອຍນໍ້າ ເປັນກິລາທີ່ໄດ້ຮັບຄວາມນິຍົມຢ່າງກ້ວາງຂວາງໃນຫລາຍປະເທດທົ່ວໂລກ ເນື່ອງຈາກເປັນກິລາທີ່ທຸກໆຄົນສາມາດມີສ່ວນຮ່ວມໄດ້ໂດຍບໍ່ຈໍາກັດຄວາມພິການຫລືບໍ່ພິການ, ອາຍຸ ແລະ ເພດ. ກິລາລອຍນໍ້າຄົນພິການ ໄດ້ຖືກຈັດເຂົ້າໃນການແຂ່ງຂັນກິລາຄົນພິການ ພາຣາແລມປິກ ຄັ້ງທີ 1 ທີ່ ກຸງໂຣມ ໃນປີ 1960. ການແຂ່ງຂັນ ແມ່ນອີງຕາມກົດກະຕິກາຂອງສະຫະພັນກິລາລອຍນໍ້າສາກົນ. ກົດກະຕິກາ ແລະ ທ່າລອຍ (ທ່າຟຣີສະໄຕ, ທ່າລອຍຫງາຍຫຼັງ, ທ່າກົບ, ທ່າແມງກະເບື້ອ) ກໍແມ່ນອັນດຽວກັນ. ຢ່າງໃດກໍຕາມ, ໄດ້ມີການປ່ຽນແປງກົດກະຕິກາບາງສ່ວນ ເພື່ອໃຫ້ສອດຄ່ອງກັບ “ສິ່ງທີ່ບໍ່ສາມາດເຮັດໄດ້ ເນື່ອງຈາກຄວາມພິການ”, “ສິ່ງທີ່ຈະເຮັດໃຫ້ຄວາມພິການຮ້າຍແຮງຂຶ້ນ”. ໃນການແຂ່ງຂັນ ຈະມີການວາງເງື່ອນໄຂຕ່າງໆ ເພື່ອຮັບປະກັນຄວາມຍຸຕິທໍາ ເຊັ່ນນັກກິລາຈະຖືກຈັດແບ່ງຕາມປະເພດຄວາມພິການ, ລະດັບຄວາມເປັນພິການ (ຄລາສ), ສະມັດຕະພາບການອອກກໍາລັງກາຍໆລໆ, ແລະ ແຂ່ງຂັນໃນລາຍການຕ່າງໆຕາມຄລາສທີ່ໄດ້. ປະເທດລາວເລີ້ມມີກິລາລອຍນໍ້າຄົນພິການນັບແຕ່ປິີ 2007-2020 ມີນັກກິລາທີມຊາດລາວ ລວມທັງໝົດ 16 ຄົນ (ຊາຍ 12ຄົນ ແລະ ຍິງ 4 ຄົນ). ປີ 2021 ມີນັກກິລາທີ່ຍັງເຄື່ອນໄຫວຈຳນວນ 8 ຄົນ (ຊາຍ 6 ຄົນ ແລະ ຍິງ 2 ຄົນ) ນັກກິລາສ່ວນຫລາຍແມ່ນໄດ້ຝຶກຊ້ອມຢູ່ສະລອຍນໍ້າວຽງຈັນ. ວຽກງານກິລາລອຍນໍ້າແມ່ນສ້າງໃຫ້ນັກກິລາສາມາດເຂົ້າສູ່ການແຂ່ງຂັນພາຍໃນ ແລະກ້າວໄປສູ່ລະດັບສາກົນ ເຊິ່ງຜ່ານມາປະເທດລາວມີນັກກິລາຄົນພິການຫລາຍຄົນທີ່ສາມາດຍາດໄດ້ຫລຽນໃນການແຂ່ງຂັນພາຍໃນ ແລະ ຕ່າງປະເທດມາແລ້ວ ເຊິ່ງໄດ້ສາງຊື່ສຽງໃຫ້ກັບປະທດ ແລະ ເຮັດໃຫ້ສັງຄົມໄດ້ຮັບຮູ້ກິລາລອຍນໍ້າຄົນພິການຫລາຍຂື້ນ.






